ຍິນດີຕ້ອນຮັບສູ່ເມືອງຫຼວງພະບາງ ເມືອງມໍລະດົກໂລກ ໂດຍອົງການ (UNESCO) ເປັນເມືອງທີ່ອານຸລັກໄວ້ເຊິ່ງວັດທະນະທຳແຫ່ງພູມມິພາກ ອາຊີ ຕາເວັນອອກສ່ຽງໃຕ້ ເມືອງຫຼວງພະບາງ ເປັນເມືອງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ ໂດຍມີປະຫວັດຄວາມເປັນມາ ຂອງເມືອງພຸດ ທີ່ຍາວນາມແລະຫລາກຫຼາຍ ເຊິ່ງໄດ້ກາຍເປັນສິ່ງທີ່ຈາລຶກໄວ້ໃນພູມມິພາກເອເຊຍຕາເວັນອອກຊ່ຽງໃຕ້ ເມືອງຫຼວງພະບາງ ເປັນເມືອງທີ່ມີທັດສະນີຍະພາບທີວທັດທຳມະຊາດທີ່ສວຍງາມເຊິ່ງອ້ອມຮອບດ້ວຍພູເຂົາ ຕັ້ງຢູ່ມຸມແຫລມລະຫວ່າງ ແມ່ນ້ຳຂອງແລະແມ່ນ້ຳຄານໄຫລເຂົ້າຊູ່ຫາກັນ ເປັນເມືອງທີ່ເຕັມໄປດ້ວຍວັດທະນະທຳ ໃນເອເຊຍຕາເວັນອອກສ່ຽງໃຕ້ ບໍ່ວ່າຈະເປັນປະຫວັດຄວາມເປັນມາຂອງທີ່ຕັ້ງ, ວັດວາອາຮາມທີ່ເກົ່າແກ່, ພະລາດຊະວັງທີ່ເກົ່າແກ່,ວິຖີການດຳລົງຊີວິດແບບເອເຊຍ ທີ່ມີອາກາດສົດຊື່ນ ປາສະຈາກມົນລະຜິດນານາປະການ. ໂຮງແຮມຫຼວງພະບາງເລເຈນ ຕັ້ງຢູ່ໃຂກາງເມືອງ ຢູ່ທີ່ມຸມຂອງຕະຫຼາດດາລາ ຕິດກັບຖະຫນົນໃຫຍ່ແລະສາມາດຍ່າງໄປຕະຫຼາດສົດຕອນເຊົ້າແລະຕະຫຼາດກາງຄືນ ຢູ່ໃກ້ໆໂດຍໃຊ້ເວລາຍ່າງພຽງແຕ່ 10 ນາທີ ກໍ່ສາມາດໄປເຖິງສະຖານທີ່ນັ້ນຍ່າງສະບາຍ ມີຄວາມສະດວກສະບາຍ ໃນການຍ້ຽມຊົມ ພະລາດສະວັງ, ພະທາດພູສີ, ວັດໃຫມ່ ວັດມະໂນລົມ, ວັດຊຽງທອງ, ວັດວິຊຸນນະລາດແລະວັດພັນຫຼວງ...